ຄ໋ອກເທ່ວ ສູດພິເສດປະຈຳດອນແດງ
ລາໂຟລີ່ ເມົາ ເມົາ, ເປັນເຫລົ້າທີ່ຂາຍດີທີ່ສຸດເປັນປະຫວັດສາດຂອງລີສອດ: ເປັນການປະສົມປະສານຢ່າງນຸ່ມນວນ ລະຫວ່າງນ້ຳໝາກນາວສົດ ແລະເຫລົ້າຂາວ, ເພີ່່ມເຕີມລົດຊາດດ້ວຍຄວາມຫວານເຮັດໃຫ້ເປັນການປະສົມທີ່ລົງໂຕທີ່ສຸດ.
ເຫລົ້າຂາວ (ກັ່ນດ້ວຍເຂົ້າໜຽວ) ເປັນການກັ່ນເຫລົ້າແບບທ້ອງຖີ່ນທີ່ຜະລິີດໂດຍປະຊາຊົນຊາວດອນແດງ. ລົດຊາດທີ່ອ່ອນໆຫາກມີການປະສົມກັບຄວາມສົ້ມຂອງນ້ຳໝາກນາວ ຈະກາຍເປັນການປຸງແຕ່ງທີ່ສົມບູນທີ່ສຸດ.
ບາບີຄີວ ແຄມຫາດ
ພາຍຫລັງລະດູຝົນ, ແຕ່ເດືອນພະຈີກ ຫາເດືອນ ພືດສະພາຂອງແຕ່ລະປີ, ຫາດຊາຍທີ່ກວ້າງ ແລະສວຍງາມ ສ້າງບັນຍາກາດແບບພິເສດ ສຳຫລັບການກີນມື້ຄ່ຳພ້ອມກັບການເຝົ້າຊົມດາວ.
ຫາກທ່ານມີຄວາມສຸກໃນການສຳຜັດເມັດຊາຍດ້ວຍ ທ້າວທັງສອງຄ້າງ, ບັນຍາກາດຂອງການເຕັ້ນຂື້ນລົງຂອງແສງຕະກຽງ, ແລະ ອາກາດແຄມຂອງທີ່ເຮັດໃຫ້ສົດສື່ນ, ບາບີຄີວແຄມຫາດຂອງພວກເຮົາ ອາດເປັນໜື່ງໃນທາງເລືອກທີ່ດີ ທີ່ຈະສ້າງຄວາມສົງຈຳທີີ່ດີໃຫ້ແກ່ທ່ານ.